ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານ ພະຍາກອນອາກາດປະຈຳວັນຈັນ ທີ 18 ກຸມພາ 2019 ກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ໄດ້ມີກຳລັງແຮງປານກາງຍັງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ເຊິ່ງຈະເຮັດໃຫ້ມີຝົນຕົກ ລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຝົນຕົກປານກາງຢູ່ບາງທ້ອງຖິ່ນຂອງແຂວງພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ພາກເໜຶອດ້ານຕາເວັນອອກ ມີຂີ້ເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຂອງແຂວງຫົວພັນ ແລະ ຊຽງຂວາງ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມລະຫວ່າງ 12-26 ອົງສາ.


ພາກເໜຶອດ້ານຕາເວັນຕົກ ມີຂີ້ເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນຂອງແຂວງຫຼວງນໍ້າທາ ແລະ ໄຊຍະບູລີ. ອຸນຫະພູມ ລະຫວ່າງ 14-32 ອົງສາ.


ພາກກາງ ມີຂີ້ເຝື້ອປົກຫຸ້ມເປັນສ່ວນຫຼາຍ ຝົນຈະຕົກລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນຂອງແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມ ລະຫວ່າງ 18-32 ອົງສາ.


ສ່ວນພາກໃຕ້ ມີຂີ້ເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ມີຝົນຕົກລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຂອງແຂວງຈຳປາສັກ ແລະ ເຊກອງ ອຸນຫະພູມ ລະຫວ່າງ 21-34 ອົງສາ.

