ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ຈະເດີນທາງຢ້ຽມຢາມຫວຽດນາມລ່ວງໜ້າ ເພື່ອຢ້ຽມຊົມໂຄງການດ້ານເສດຖະກິດຂອງລັດຖະບານຮາໂນ່ຍ ກ່ອນພົບປະຫາລືກັບປະທານາທິບໍດີໂດນັລ ທຣຳ ດ້ານສື່ຂອງຍີ່ປຸ່ນ ເຜີຍວ່າ ຜູ້ນຳອາເມຣິກາ ຂໍໃຫ້ນາຍົກລັດຖະມົນ ຊິນໂຊະ ອາເບະ ຊ່ວຍສະເໜີຊື່ຕົນເຂົ້າຊີງລາງວັນໂນເບລ ສາຂາສັນຕິພາບ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 17 ກຸມພາ ວ່າ ຄະນະຜູ້ແທນຂອງລັດຖະບານປຽງຢາງ ນໍາໂດຍ ທ່ານ ຄິມ ຊາງ-ຊອນ ເລຂາທິການຄະນະກໍາມະການດ້ານການພົບພັນຕ່າງປະເທດແຫ່ງລັດ ເດີນທາງເຖິງນະຄອນຫຼວງຮາໂນ່ຍ ເມືອງຫຼວງຂອງປະເທດຫວຽດນາມ ເມື່ອວັນເສົາ ທີ່ຜ່ານມາ ເພື່ອກຽມຄວາມພ້ອມສໍາລັບການປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ທ່ານ ຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ກັບ ປະທານາທິບໍດີໂດນັລ ທຣຳ ຜູ້ນໍາສະຫະລັດ ເຊິ່ງຈະມີຂຶ້ນທີ່ປະເທດຫວຽດນາມນີ້ ລະຫວ່າງວັນທີ 27 ເຖິງ 28 ກຸມພາ ໂດຍການປະຊຸມຄັ້ງທໍາອິດເກີດຂຶ້ນທີ່ປະເທດສິງກະໂປ ເມື່ອວັນທີ 12 ມິຖຸນາ ປີຜ່ານມາ.


ຂະນະດຽວກັນ ມີລາຍງານວ່າ ຜູ້ນໍາໜຸ່ມຂອງເກົາຫຼີເໜືອຈະເດີນທາງເຖິງຫວຽດນາມກ່ອນ ໃນວັນທີ 25 ກຸມພາ ນີ້ ແຫຼ່ງຂ່າວໃຫ້ຂໍ້ມູນວ່າ ການທີ່ທ່ານ ຄິມ ເດີນທາງເຖິງຫວຽດນາມກ່ອນຫຼາຍວັນ ເນື່ອງຈາກທ່ານຜູ້ນໍາຕ້ອງການໃຊ້ເວລາຢ້ຽມຊົມ ແລະ ສຶກສາໂຄງການດ້ານເສດຖະກິດ ແລະ ອຸດສາຫະກໍາ ທີ່ແຂວງບັ໊ກນິນ ແລະ ແຂວງໄຮຟອງ ທາງພາກເໜືອ ຂອງຫວຽດນາມ.


ໃນອີກດ້ານໜຶ່ງ ໜັງສືພິມອາຊາຮີຂອງຍີ່ປຸ່ນ ລາຍງານເມື່ອວັນອາທິດ ກ່ຽວກັບທ່ານນາຍົກລັດຖະມົນຕີຊິນໂຊ ອາເບະ ສະເໜີຊື່ຜູ້ນໍາສະຫະລັດຄົນປັດຈຸບັນ ໃຫ້ເປັນໜຶ່ງໃນຜູ້ເຂົ້າຊີງລາງວັນໂນເບສາຂາສັນຕິພາບ ປະຈໍາປີນີ້ ຈາກຜົນງານຄວາມພະຍາຍາມ ສ້າງສັນຕິພາບເທິງແຫຼມມະຫາສະມຸດເກົາຫຼີນັ້ນ “ເປັນໄປຕາມຄໍາຂໍຂອງລັດຖະບານວໍຊິງຕັນ” ທັງນີ້ ທຣຳ ເປີດເຜີຍເລື່ອງດັ່ງກ່າວລະຫວ່າງການຖະແຫຼງເລື່ອງການໃຊ້ອໍານາດປະກາດສະຖານະການສຸກເສີນ ເພື່ອສ້າງກໍາແພງທາງພາກໃຕ້ຂອງປະເທດ ເມື່ອວັນສຸກ ທີ່ຜ່ານມາ ວ່າ ໄດ້ຮັບສໍາເນົາເອກະສານ 5 ໜ້າ ຈາກ ທ່ານ ອາເບະ ເຊິ່ງຍື່ນຕໍ່ຄະນະກໍາມະການໂນເບລນໍເວ ສະເໜີຊື່ຕົນໃຫ້ເຂົ້າຮັບການພິຈາລະນາເປັນຜູ້ຮັບລາງວັນ ໂນເບສາຂາສັນຕິພາບ ໃນປີນີ້.