ຝ່າຍຈັດງານ ອອສກ້າ ຢືນຢັນວ່າ ການປະກາດຜົນ ແລະ ມອບລາງວັນໃນປີນີ້ ຈະເປັນການຖ່າຍທອດສົດຄົບທັງ 24 ສາຂາຄືເກົ່າ ຫຼັງກ່ອນໜ້ານີ້ ເຄີຍປະກາດວ່າມີ 4 ສາຂາ ຈະເປັນການມອບໃນໄລຍະພັກໂຄສະນາຈົນຄົນໃນວົງການວິຈານຢ່າງໜັກ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນລອສແອນເຈລິສ ປະເທດອາເມຣິກາ ເມື່ອວັນເສົາ ທີ 16 ກຸມພາ ວ່າ ສະຖາບັນສິລະປະ ແລະ ວິຊາການທາງດ້ານຮູບເງົາຂອງສະຫະລັດ (ແອັມປາສ: AMPAS: Academy of Motion Picture Arts and Sciences) ເຊິ່ງເປັນຜູ້ພິຈາລະນາ ແລະ ຈັດງານປະກາດຜົນຜູ້ທີ່ໄດ້ຮັບລາງວັນຕຸ໊ກກະຕາຄຳ ອະຄາເດມີ ອະວອດສ ຫຼື ອອສກ້າ (Academy Awards or Oscars) ອອກຖະແຫຼງການ ເມື່ອວັນສຸກ ຢືນຢັນວ່າ ການປະກາດຜົນ ແລະ ມອບລາງວັນຕະຫຼອດທັງການກ່າວເທິງເວທີຂອງຜູ້ໄດ້ຮັບຮາງວັນ ທັງ 24 ສາຂາ “ຈະເປັນການອອກອາກາດສົດ” ແລະ ຈະບໍ່ມີການຕັດເວລາການສະແດງຂອງທຸກເພງທີ່ໄດ້ຮັບການສະເໜີຊື່ເຂົ້າຊິງ ໃນສາຂາເພງປະກອບຮູບເງົາດີເດັ່ນ.
All Academy Awards categories will air live on #Oscars telecast, reversing plan to give 4 honors during commercials. https://t.co/yFeahUVpvC
— AP Entertainment (@APEntertainment) February 15, 2019
ຄວາມເຄື່ອນໄຫວດັ່ງກ່າວ ຂອງຄະນະກໍາມະການອອສກ້າ ຖືເປັນການກັບຄຳເວົ້າ ຫຼັງເມື່ອອາທິດ ທີ່ຜ່ານມາ ທາງຄະນະໄດ້ປະກາດວ່າ ມີ 4 ສາຂາໄດ້ແກ່: ການຖ່າຍພາບດີເດັ່ນ, ການຕັດຕໍ່ພາບດີເດັ່ນ, ການແຕ່ງໜ້າ ແລະ ເຮັດຜົມດີເດັ່ນ ແລະ ຮູບເງົາເລື່ອງສັ້ນດີເດັ່ນ ຈະປະກາດຜົນ ແລະ ມອບລາງວັນ ໃນໄລຍະພັກໂຄສະນາທາງໂທລະທັດ ກ່ອນກັບມາໃຫ້ຜູ້ຊົມທາງບ້ານໄດ້ຟັງຄໍາກ່າວຂອບໃຈຂອງຜູ້ໄດ້ຮັບລາງວັນ ເມື່ອຕັດເຂົ້າສູ່ລາຍການອີກຄັ້ງ ໂດຍຄະນະກຳມະການໃຫ້ເຫດຜົນວ່າ ເປັນການຫຼຸດເລື່ອງເວລາຂອງງານ ທີ່ມີຄວາມຍາວປະມານ 3 ຊົ່ວໂມງ ແລະ ເຣດຕິ້ງຂອງການຖ່າຍທອດສົດໃນປີກ່ອນໜ້າບໍ່ຄ່ອຍດີປານໃດ.


ຢ່າງໃດກໍ່ຕາມ ການຕັດສິນໃຈຂອງຄະນະກໍາມະການເອີ້ນສຽງວິຈານຢ່າງໜັກຈາກຫຼາຍຝ່າຍໃນວົງການ ວ່າ ເປັນການບໍ່ໃຫ້ກຽດຜູ້ທີ່ໄດ້ຮັບການສະເໜີຊື່ ແລະ ບໍ່ເຫັນຄວາມສຳຄັນໃນໜ້າວຽກຂອງຜູ້ເຂົ້າຊິງ ທັງ 4 ສາຂາ ທີ່ຖືເປັນໜຶ່ງໃນອົງປະກອບທີ່ສໍາຄັນຂອງວົງການຮູບເງົາ ໂດຍສະເພາະສາຂາການຖ່າຍພາບດີເດັ່ນທີ່ສະມາຄົມຜູ້ຖ່າຍຮົບເງົາແຫ່ງອາເມຣິກາ ໄດ້ແຈ້ງລາຍຊື່ຜູ້ມີຊື່ສຽງຫຼາຍຄົນເພື່ອຍື່ນຄຳຄັດຄ້ານ ໂດຍຜູ້ທີ່ຮ່ວມລົງຊື່ນັ້ນມີ ມາຕິນ ສະກໍເຊຊີ, ຈັອດ ຄລູນີ ແລະ ແບຣດ ພິດ.
"I hate it," says Spike Lee on the Academy's plan to hand out #Oscar awards for best cinematography, film editing, live action short and makeup and hairstyling during the commercials. pic.twitter.com/9CUsydrd2r
— TODAY (@TODAYshow) February 13, 2019
ສໍາລັບພິທີປະກາດຜົນ ແລະ ມອບລາງວັນອອສກ້າ ຄັ້ງທີ 91 ໃນປີນີ້ ຈະມີຂຶ້ນໃນຄືນວັນອາທິດ ທີ 24 ກຸມພາ ຕາມເວລາທ້ອງຖິ່ນ (ເຊົ້າວັນຈັນ ທີ 25 ກຸມພາ ຕາມເວລາໃນລາວ) ໂດຍຮູບເງົາ ໂຣມາ ແລະ ເດິ ເຟວຣິດ ໄດ້ຮັບການສະເໜີຊື່ເຂົ້າຊິງຫຼາຍທີ່ສຸດ ຄື 10 ສາຂາ ແລະ ຈະເປັນຄັ້ງທໍາອິດໃນຮອບ 30 ປີທີ່ງານອອສກ້າຈະບໍ່ມີຜູ້ດໍາເນີນລາຍການເທິງເວທີ ເມື່ອ ເຄວິນ ຮາດ ນັກສະແດງຕາຫຼັກທີ່ມີຊື່ສຽງ ທີ່ທາງຄະນະກໍາມະການທາບທາມໄວ້ແຕ່ທໍາອິດນັ້ນຂໍຖອນຕົວ ຫຼັງມີຜູ້ເອົາຂໍ້ມູນເກົ່າທີ່ເຄີຍທະວີດຂໍ້ຄວາມໃນອະດີດ ເຊິ່ງມີເນື້ອໃນບໍ່ໃຫ້ກຽດເພດທີສາມອອກມາເປີດໂປງ.