ສາຍການບິນຂອງຫວຽດນາມກຽມເປີດຖ້ຽວບິນເດີນທາງສູ່ອາເມຣິກາໄດ້ເປັນຄັ້ງທໍາອິດ ຫຼັງໄດ້ຮັບການກາລັນຕີຄວາມປອດໄພ ຕາມມາດຕະຖານຂັ້ນສູງຈາກລັດຖະບານວໍຊິງຕັນ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນສຸກ ທີ 15 ກຸມພາ ວ່າ ສໍານັກງານບໍລິຫານການບິນແຫ່ງຊາດຂອງສະຫະລັດ (FAA: Federal Aviation Administration) ອອກຖະແຫຼງການເມື່ອວັນພະຫັດ ວ່າ ມາດຕະຖານສາຍການບິນໂດຍສານຂອງຫວຽດນາມ ຢູ່ “ລະດັບ 1 ” ເຊິ່ງເປັນຂັ້ນສູງສຸດ ໝາຍຄວາມວ່າ ນັບຈາກນີ້ສາຍການບິນຂອງຫວຽດນາມຈະສາມາດເປີດເສັ້ນທາງບິນສາຍກົງສູ່ປະເທດອາເມຣິກາໄດ້ແລ້ວ ແລະ ສາມາດໃຊ້ລະຫັດຮ່ວມກັບສາຍການບິນຂອງອາເມຣິກາທີ່ເປັນພັນທະມິດກັນໄດ້ອີກດ້ວຍ ໂດຍ ເອັຟເອເອ ສົ່ງທີມງາມເດີນທາງກວດກາ ແລະ ປະເມີນມາດຕະຖານຄວາມປອດໄພສາຍການບິນພົນລະເມືອງຂອງຫວຽດນາມເປັນໄລຍະ ເມື່ອປີຜ່ານມາ.
#Vietnam now has a Category 1 @icao aviation safety rating. Vietnamese air carriers can establish service to the United States and carry the code of U.S. carriers. https://t.co/O2OhcuIV85 pic.twitter.com/Q1OmNfuN6z
— The FAA (@FAANews) February 15, 2019
ຂະນະທີ່ ທ່ານ ຫງຽນ ງັອກ ດອງ ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມຂອງຫວຽດນາມ ກ່າວວ່າ ລັດຖະບານມີຄວາມຍິນດີເປັນຢ່າງຍິ່ງ ເມື່ອໄດ້ຮັບຊາບຜົນຈາກເອັຟເອເອ ເຊິ່ງເປັນທັງການຍົກລະດັບພາບລັກດ້ານການບິນພົນລະເມືອງຂອງວຽດນາມ ແລະ ການສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ວ່າ ການບໍລິການຂອງສາຍການບິນຫວຽດນາມນັ້ນ “ມີຄວາມປອດໄພ ແລະ ມາດຕະຖານສູງ” ຕະຫຼອດຈົນການເພິ່ມການເຕີບໂຕທາງເສດຖະກິດຂອງປະເທດດ້ວຍ ໂດຍຕະຫຼາດການບິນພົນລະເມືອງຂອງຫວຽດນາມຂະຫຍາຍຕົວສະເລ່ຍຫຼາຍເຖິງປີລະ 16% ລະຫວ່າງປີ 2010-2017.
ທັງນີ້ ສາຍການບິນແຫ່ງຊາດຂອງຫວຽດນາມ ຄື ຫວຽດນາມ ແອຣ໌ໄລນ໌ ທີ່ເຄີຍເຜີຍຮ່າງແຜນຍຸດທະສາດຂະຫຍາຍເສັ້ນທາງການບິນສູ່ອາເມຣິກາ ເມື່ອປີຜ່ານມາ ເຖິງວ່າ ຈະຕ້ອງພົບກັບຂໍ້ຈໍາກັດຫຼາຍປະການ ໂດຍສະເພາະຄວາມຕ້ອງການພາຍໃນປະເທດຕໍ່ການເດີນທາງໄລຍະໄກຂ້າມທະວີບແບບນີ້ ທີ່ຍັງມີບໍ່ຫຼາຍ ແລະ ຍັງບໍ່ສະແດງທ່າທີຕໍ່ການປະກາດຂອງເອັຟເອເອ. ຢ່າງໃດກໍ່ຕາມ, ຫຍຽດເຈັດ ເຊິ່ງເປັນສາຍການບິນຕົ້ນທຶນຕ່ຳລາຍໃຫຍ່ທີ່ສຸດຂອງຫວຽດນາມໃນປັດຈຸບັນ ໄດ້ອອກຖະແຫຼງການສະແດງຄວາມຍິນດີ ພ້ອມທັງເຜີຍແຜນການຊື້ຍົນຂະໜາດໃຫຍ່ເພິ່ມອີກຫຼາຍລຳ ໂດຍໃນເບື້ອງຕົ້ນຈະເນັ້ນຈຸດໝາຍໃນອາເມຣິກາ ທີ່ມີຊຸມຊົນຊາວຫວຽດນາມອາໄສຢູ່ຫຼາຍກ່ອນ ນັ້ນຄືເມືອງໃຫຍ່ຫຼາຍແຫ່ງໃນລັດແຄລິຟໍເນຍ.
WATCH: Start-up Bamboo Airways launches inaugural flight https://t.co/3uSUjvLXpc pic.twitter.com/o8BNXnlTud
— Reuters Top News (@Reuters) January 20, 2019
ທາງດ້ານສາຍການບິນນ້ອງໃໝ່ຂອງຫວຽດນາມ ຄື ແບມບູ ແອຮ໌ເວ (
Bamboo Airways ) ທີ່ໃຫ້ບໍລິການຢ່າງເປັນທາງການ ເມື່ອເດືອນຜ່ານມາ ປະກາດແຜນຈັດຊື້ຍົນໂບອິ້ງ 787 ເພິ່ມອີກຫຼາຍລຳ ສ່ວນເສັ້ນທາງທີ່ຈະບິນສູ່ອາເມຣິກາໄດ້ວາງແຜນໄວ້ໃນໄລຍະທໍາອິດ ຄື ເມືອງຊີແອັດເທິລ, ນະຄອນລອສແອນເຈລິສ ແລະ ເມືອງຊານຟຣານຊິສໂກ.