ໜາກນາວ ເປັນໝາກໄມ້ສາລະພັດປະໂຫຍດທັງປຸງແຕ່ງອາຫານຄາວ, ຫວານ ແລະ ຍັງເປັນສ່ວນປະສົມໃນເຄື່ອງດື່ມໄດ້ຫຼາກຫຼາຍຮູບແບບ. ໝາກນາວເປັນໝາກໄມ້ທີ່ມີຕົ້ນກຳເນີດມາຈາກ ອາຊີຕາເວັນອອກສຽງໃຕ້ ແລະ ເປັນໝາກໄມ້ເສດຖະກິດທີ່ສ້າງລາຍໄດ້ໃຫ້ຊາວໄຮ່ຊາວສວນມາຫຼາຍຍຸກສະໄໝ ແຕ່ຄົນສ່ວນຫຼາຍອາດຈະຮູ້ນຳໃຊ້ປຸງແຕ່ງອາຫານພຽງຢ່າງດຽວ ເຊິ່ງຄວາມຈິງແລ້ວໝາກນາວເຕັມໄປດ້ວຍສັບພະຄຸນທາງດ້ານຢາປິ່ນປົວທາງທຳມະຊາດທີ່ທ່ານຄວນປູກໄວ້ໃນຮົ້ວເຮືອນເລີຍ.
ນອກຈາກລົດຊາດສົ້ມ ສ່ວນປະຕິສຳພັນຂອງໝາກນາວສາມາດນຳມາໃຊ້ປະໂຫຍດໄດ້ ເຊັ່ນ: ຮາກ, ໃບ, ດອກ, ແກ່ນ, ເປືອກ ລ້ວນແຕ່ມີສັບພະຄຸນທາງການຢາ ຖືວ່າເປັນຢາອາຍຸຍືນຊະນິດໜຶ່ງ ໂດຍສະເພາະນໍ້າໝາກນາວ ທີ່ສາມາດບຳລຸງຜິວພັນຜຸດຜ່ອງ ຫຼື ຮອບບາດເກົ່າ, ຊ່ວຍເຮັດໃຫ້ຮູບຮ່າງສົມສ່ວນ, ບຳລຸງຜົມ ນອກຈາກນັ້ນ ທ່ານສາມາດນຳມາທຳຄວາມສະອາດອຸປະກອນ ຫຼື ລ້າງມື້ໄດ້ເຊັ່ນກັນ.


ນໍ້າໝາກນາວ
- ກົດມາລິດ(Malic Acid)
- ກົດແອສຄຣໍບິກ ( Ascorbic Acid)
- ກົດຊິຕຣິດ ( Citric Acid ) ຊ່ວຍລະລາຍນິ້ວໃນໄຕໄດ້ ຂັບແຄຣວຊ່ຽມ ສ່ວນເກີນ ອອກຈາກເລືອດແດງ ຕັບອ່ອນ, ແລະ ໄຕ ຊ່ວຍລ້າງສານພິດ ແລະ ໄຂມັນ ກະຕຸ້ນເອນໄຊທຳມະຊາດ ຊ່ວຍໃນລະບົບຂັບຖ່າຍ ຊຶ່ງເຮັດໃຫ້ຜິວພັນສົດໃສ ຫຸ່ນດີ ອີກດ້ວຍ.
ໝາກນາວອຸດົມໄປດ້ວຍສານຟາໂອນອຍ ທີ່ຊ່ວຍຫຼຸດອາການອັກເສບໄດ້ດີ ແລະ ໄປຄວບຄຸມຄວາມດັນເລືອດ ຊ່ວຍຕ້ານການແຜ່ກະຈາຍຂອງເຊຶ້ອພະຍາດ ຕ້ານເຊຶ້ອມະເຮັງໃນລະດັບຕົ້ນ ເອີ້ນໄດ້ວ່າປະໂຫຍດຂອງໝາກນາວມີຫຼາກຫຼາຍຈົນນັບບໍ່ຖ້ວນ.
- ຊ່ວຍບັນເທົາອາການເຈັບຫົວ
- ຊ່ວຍບັນເທົາອາການວິນຫົວ ແກ້ອາການເມົາຄ້າງ
- ໃນບາງເທື່ອ ກໍຮັກສາອາການໄຂ້ໄດ້ ( ໂດຍການນຳໃບໝາກນາວມາຊອຍເປັນປ່ຽງບາງໆແລ້ວເອົາມາແຊ່ນໍ້າຮ້ອນ ດື່ມເປັນນໍ້າຊາ ຫຼື ໃຊ້ອົມ ເພື່ອຊ່ວຍຂ້າເຊື້ອພະຍາດ )
- ໃຊ້ເປັນຢາບ້ວນປາກ ດ້ວຍການໃຊ້ນໍ້າໝາກນາວ 3-4 ຢົດ.
- ຊ່ວຍບັນເທົາອາການອ່ອນເພຍ ອິດເມື່ອຍ (ດື່ມນໍ້າໝາກນາວປະສົມນໍ້າຕານ)
- ບັນເທົາອາການຄັນຕາມຜິວໜັງ (ນໍານໍ້າໝາກນາວມາທາໃສ່ບໍລິເວນທີ່ເປັນ)
- ແກ້ອາການໂລກເໜັບຊາ ຮ້ອນໃນ ດ້ວຍການດື່ມນໍ້າໝາກນາວ
- ແກ້ພະຍາດຂີ້ກາກ, ຂີ້ຫິດ ໂລກຕາມຜິວໜັງຕ່າງໆ (ເອົາເປືອກໝາກນາວແຫ້ງ ມາຕຳໃຫ້ລະອຽດມາປະສົມກັບນໍ້າໝາກນາວ ແລ້ວນໍາມາທາບໍລິເວນດັ່ງກ່າວ ຫຼັງຈາກອາບນໍ້າ)
- ແກ້ຝີຊະນິດຕ່າງໆ ແລະ ຫຼຸດອາການປວດຝີ (ໃຊ້ຮາກໝາກນາວສົດມາຝົນກັບເຫຼົ້າ ແລະ ນຳມາທາ ຂູດເອົາເປືອກໝາກນາວປະສົມກັບປູນແດງປິດໄວ້)
- ຊ່ວຍບັນເທົາອາການຄັນໜັງຫົວ ຈາກລັງແຄ ແລະ ເຊຶ້ອລາເທິງຫົວ (ໃຊ້ນໍ້າໝາກນາວມານວດຫົວໃຫ້ທົ່ວແລ້ວຈຶ່ງສະຜົມ)
- ຫຼຸດອາການອັກເສບ ປວດບວມ ຈາກແຜໂປກ ຊໍ້າໃນ ( ເອົານໍ້າໝາກນາວ ກັບ ສໍຂາວ ມາຜະສົມໃຫ້ເຂົ້າກັນ ແລ້ວທາບໍລິເວນດັ່ງກ່າວ ມື້້ລະ 1-2 ເທື່ອ)
- ບັນເທົາອາການຈາກ ແຜໄຟໄໝ້ ນໍ້າຮ້ອນລວກ ແສບຮ້ອນ (ໃຊ້ນໍ້າໝາກນາວທາບໍລິເວນແຜ)


ໝາກນາວກັບຜິວພັນ
ຊ່ວຍຕ້ານສານອະນຸມູນອິສະລະ, ຮັກສາສິວອັກເສບໄດ້ດີ ເພາະອຸດົມໄປດ້ວຍວິຕາມິນຊີ ເຮັດໃຫ້ຜິວກ້ຽງລຽບນຽນຂຶ້ນ ແລະ ບໍາລຸງເລັບໄດ້ດີ ນອກຈາກນີ້ຍັງມີສັບພະຄຸນຄື:
- ຊ່ວຍປົກປິດກິ່ນໂຕໄດ້
- ຊ່ວຍທຳລາຍຂີ້ຢາສູບ, ຊາ, ກາເຟ ທີ່ເປັນສາເຫດໃຫ້ເຮັດໃຫ້ແຂ້ວເຫຼືອງ
- ປິ່ນປົວສິວອັກເສບ
- ຫຼຸດຮອຍໜັງແຫ່ວ
- ຫຼຸດຮອຍບາດເກົ່າຈາກສິວ
- ຫຼຸດຂີ້ລັງແຄ ເຮັດໃຫ້ຜົມນຸ້


ວິທີໃຊ້ໝາກນາວປິ່ນປົວສິວ
ນໍານ້ຳໝາກນາວຄັ້ນສົດ 1 ໜ່ວຍ ປະສົມກັບໄຂ່ຂາວຄົນໃຫ້ເປັນເນື້ອດຽວກັນ ແລ້ວນຳມາພອກໜ້າທິ້ງໄວ້ປະມານ 30 ນາທີ ແລ້ວຈຶ່ງຄ່ອຍໆລ້າງອອກດ້ວຍໂຟມລ້າງໜ້າ ຫຼື ສະບູ່ທີ່ເຮົາໃຊ້ເປັນປະຈໍາ.
ວິທີໃຊ້ໝາກນາວບໍາລຸງຜິວຫນ້າ
ນໍານ້ຳໝາກນາວຄັ້ນສົດ 1 ໜ່ວຍ ປະສົມກັບຜົງຂີ້ໝິ້ນຊັນຕື່ມນ້ຳ ແລະ ນົມສົດລົງໄປໜ້ອຍໜຶ່ງ ແລ້ວ ຄົນໃຫ້ເຂົ້າກັນນໍາມາພອກໜ້າປະໄວ້ປະມານ 30 ນາທີ ແລ້ວລ້າງອອກຈະຮູ້ສຶກໄດ້ທັນທີວ່າໜ້າຈະນຸ່ມນຽນຂຶ້ນ ເຊິ່ງສູດນີ້ ສາມາດນໍາໄປໃຊ້ກັບການພອກຜິວຮ່າງກາຍໄດ້ດ້ວຍ.


ວິທີໃຊ້ໝານາວບໍາລຸງຜົມຫຼຸດຂີ້ລັງແຄ
ນໍານ້ຳໝານາວປະສົມກັບນ້ຳລ້າແລ້ວຄົນໃຫ້ເຂົ້າກັນ ຈາກນັ້ນກໍ່ນວດໃສ່ຜົມ ຕັ້ງແຕ່ໜັງຫົວຈົນຮອດປາຍຜົມ ປະເອົາໄວ້ 2 ຊົ່ວໂມງ ແລ້ວລ້າງອອກຈະຊ່ວຍລ້າງຂີ້ລັງແຄທີ່ຕິດຢູ່ກັບໜັງຫົວອອກໄດ້ ແລະເຮັດໃຫ້ຜົມເຮົານຸ້ມ.


ວິທີໃຊ້ໝາກນາວກຳຈັດຂີ້ແຂ້ວ
ໃຊ້ເບກກິ້ງໂຊດາມາປະສົມກັບນ້ຳໝາກນາວຈົນເປັນຟອງໃຊ້ກ້ານສຳລີ ຫຼື ເຂົ້າໃຈງ່າຍໆສຳລີຜັນຫູນັ້ໜລະ ຈຸ່ມລົງໄປແລ້ວນໍາມາເຊັດບໍລິເວນຫຼືບແຂ້ວ ປະໄວ້ເກີນ 1 ນາທີ (ຢ່າໃຫ້ດົນກວ່ານີ້ເພາະຈະເຮັດໃຫ້ແຂ້ວບາງລົງໄດ້) ຫຼັງຈາກນັ້ນກໍ່ບ້ວນປາກແລ້ວກໍ່ຖູແຂ້ວດ້ວຍຢາແຂ້ວ.


ສັບພະຄຸນທາງຢາຂອງໝາກນາວມີຫຼາຍອີຫຼີ ທີ່ແອັດມິນນຳມາຝາກນີ້ຍັງເປັນພຽງສ່ວນໜຶ່ງເທົ່ານັ້ນ, ໂອກາດໜ້າຈະຊອກຫາມາບອກຕໍ່ອີກເດີ້