ເຫດໄຟໄໝ້ໂຮງແຮມ ໃນເຂດໃຈກາງເມືອງຫຼວງຂອງອິນເດຍ ເມື່ອຕອນເຊົ້າຂອງວັນອັງຄານ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ ບາດເຈັບຢ່າງໜ້ອຍ 4 ຄົນ.
ສໍານັກຂ່າວເອພີ, ເອເອັຟພີ ແລະ ຣອຍເຕີ ລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນທີ 12 ກຸມພາ ວ່າ ເຫດໄຟໄໝ້ໂຮງແຮມອາປິດ ພາເລສ ສູງ 5 ຊັ້ນ 43 ຫ້ອງພັກ ໃນເຂດແຄຣອລ ບັກ ຂອງນະຄອນຫຼວງນິວເດລີ ເມື່ອເຊົ້າມືດເກືອບ 04:00 ໂມງ ວັນອັງຄານ ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນລວມເຖິງ 2 ແມ່ລູກ ທີ່ໂດດໜີໄຟອອກຈາກປ່ອງຢ້ຽມຫ້ອງພັກ.


ທ່ານ ສັດເຢນດາຣ໌ ກູມາຣ ລັດຖະມົນຕີສາຊາລະນະສຸກ ແລະ ການພັດທະນາຊຸມຊົນເມືອງ ເຜີຍວ່າ ໂຮງແຮມແຫ່ງນີ້ກໍ່ສ້າງມາໄດ້ປະມານ 25 ປີ ຂະນະເກີດເຫດມີປະຊາຊົນຢູ່ໃນໂຮງແຮມປະມານ 120 ຄົນ ເຈົ້າໜ້າທີ່ດັບເພີງສາມາດຊ່ວຍເຫຼືອແຂກທີ່ເຂົ້າພັກເຊົາອອກຈາກໂຮງແຮມຢ່າງປອດໄພ 35 ຄົນ.


ລາຍງານຂອງສະຖານີໂທລະທັດ ເອັນດີທີວີ ລະບຸວ່າ ໄຟໄດ້ເລິ່ມລຸກໄໝ້ ຂະນະທີ່ປະຊາຊົນໃນໂຮງແຮມສ່ວນຫຼາຍແມ່ນກໍາລັງນອນ ເຊິ່ງຊາວມຽນມາ 3 ຄົນ ທີ່ເຂົ້າພັກໄດ້ຫາຍຕົວໄປ ແຕ່ຍັງບໍ່ມີຄວາມຊັດເຈນວ່າມີສ່ວນພົວພັນກັບເຫດການໄຟໄໝ້ທີ່ນຳໄປສູ່ການສູນເສຍຊີວິດ 17 ຄົນ ຫຼື ບໍ່.


ເຈົ້າໜ້າທີ່ດັບເພີງ ເຜີຍວ່າ ໃຊ້ລົດດັບເພີງ 25 ຄັນ ໃນການລະງັບເຫດຄັ້ງນີ້ ແລະ ໃຊ້ເວລາພຽງບໍ່ເທົ່າໃດຊົ່ວໂມງ ກໍ່ສາມາດຄວບຄຸມໄຟໄດ້ ເບື້ອງຕົ້ນເຈົ້າໜ້າທີ່ຍັງບໍ່ຮູ້ສາເຫດຂອງເຫດໄຟໄໝ້ ໂດຍໄດ້ຕັ້ງຄະນະກໍາມະການກວດກາຢ່າງເລັ່ງດ່ວນແລ້ວ.
Video: DNAIndiaNews