ລັດຖະບານກໍາປູເຈຍສະແດງຄວາມບໍ່ພໍໃຈຢ່າງໜັກ ຫຼັງສະຫະພາບເອີຣົບເລິ່ມຂະບວນການພິຈາລະນາເພື່ອຂວໍ້າບາດທາງການຄ້າລະດັບທະວີພາຄີທີ່ອຸດສາຫະກໍາເຄື່ອງນຸ່ງຫົ່ມຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ເມື່ອວັນພຸດ ທີ 13 ກຸມພາ ວ່າ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີປະເທດກຳປູເຈຍ ກ່າວເມື່ອວັນອັງຄານ ຫຼັງສະຫະພາບເອີຣົບ (EU) ເລິ່ມຂະບວນການພິຈາລະນາຄວາມຮ່ວມມືທາງດ້ານການຄ້າກັບກຳປູເຈຍ ທີ່ອາດຈະນຳໄປສູ່ການຖອດຖອນສິດປະໂຫຍດທາງການຄ້າຂອງກຳປູເຈຍ ໃນການເຂົ້າເຖິງລະບົບຕະຫຼາດດຽວຂອງສະຫະພາບ ໃນໂຄງການນີ້ແມ່ນຍົກເວັ້ນສິນຄ້າຈໍາພວກອາວຸດຍຸດໂທປະກອນ (ອີບີເອ: EBA: Everything but Arms) ເຊິ່ງອາດຈະສົ່ງຜົນຕໍ່ອຸດສາຫະກໍາຕັດຫຍິບ, ຖັກ ແລະ ເກີບຂອງກໍາປູເຈຍ ທີ່ສົ່ງເຂົ້າສູ່ທະວີບເອີຣົບ ຫຼາຍກວ່າປີລະ 4.000 ລ້ານໂດລາ (ກວ່າ 34.000 ຕື້ກີບ) ວ່າ ອະທິປະໄຕຍຂອງກໍາປູເຈຍກໍາລັງຖືກແຊກແຊງຈາກພາຍນອກ ແລະ ເລື່ອງນີ້ ບໍ່ສາມາດໃຊ້ເປັນເງື່ອນໄຂຕໍ່ການແລກປ່ຽນໃດໄດ້.


Cambodia: EU launches procedure to temporarily suspend trade preferences. Neither a final decision nor the end of the process – but the clock is now ticking and we need to see real action soon. Press release: https://t.co/E1ZnRqH6Vx
— Cecilia Malmström (@MalmstromEU) February 11, 2019
ເຖິງວ່າ ສົມເດັດຮຸນ ເຊັນ ບໍ່ໄດ້ກ່າວເຖິງປະເດັນ ອີບີເອ ໂດຍກົງ ແຕ່ກະຊວງການຕ່າງປະເທດຂອງກໍາປູເຈຍອອກຖະແຫຼງການໃນເວລາຕໍ່ມາວ່າ ມະຕິຂອງ ອີຢູ ນັ້ນ “ບໍ່ຍຸດຕິທໍາຢ່າງຍິ່ງ” ແລະ ເປັນການດໍາເນີນການພຽງຝ່າຍດຽວ ໂດຍລາຍງານຂອງຄະນະກຳມາທິການເອີຣົບ (EC) ທີ່ເປັນຝ່າຍບໍລິຫານຂອງ ອີຢູ ລະບຸການເລິ່ມຂະບວນການດັ່ງກ່າວຕັ້ງແຕ່ວັນທີ 12 ກຸມພາ ທີ່ຜ່ານມາ ແລະ ມີກໍາໜົດໄລຍະເວລາ 18 ເດືອນ ຫຼື ຈົນເຖິງພາຍໃນເດືອນສິິງຫາ 2019 ເຊິ່ງຖ້າມາດຕະການຂວໍ້າບາດເກີດຂຶ້ນຈິງກໍາແພງພາສີຂອງ ອີຢູ ຕໍ່ສິນຄ້າປະເພດເຄື່ອງນຸ່ງຫົ່ມຈາກກໍາປູເຈຍຈະເພິ່ມຂຶ້ນສູງສຸດ 12% ແຕ່ສໍາລັບເກີບຈະຢູ່ລະຫວ່າງ 8-17% ດ້ານສະຫະພາບແຮງງານຂອງກໍາປູເຈຍ ປະເມີນວ່າ ການຖອນ ອີບີເອ ອາດຈະສົ່ງຜົນໃຫ້ປະເທດສູນເສຍລາຍໄດ້ຫຼາຍເຖິງ ປີລະ 700 ລ້ານໂດລາ (ປະມານ 6.000 ຕື້ກີບ).
The U.S. notes the European Union’s decision to begin proceedings to suspend Cambodia’s preferential trade benefits under EBA scheme due to the serious setbacks to the protection of human rights and labor rights. #Cambodia
— US Embassy Cambodia (@USEmbPhnomPenh) February 12, 2019
Check out https://t.co/jLjKppbRHW pic.twitter.com/VJJQSn5Yon
ທັງນີ້ ກໍາປູເຈຍ ຈັດການເລືອກຕັ້ງທົ່ວໄປເມື່ອເດືອນກໍລະກົດ ປີຜ່ານມາ ເຊິ່ງພັກປະຊາຊົນກໍາປູເຈຍ (CPP) ຂອງສົມເດັດຮຸນ ເຊນ ຄວ້າໄຊຊະນະໄດ້ໃນ 125 ບ່ອນນັ່ງຂອງສະພາຜູ້ແທນປະຊາຊົນ ຈຶ່ງມີສຽງວິຈານຢ່າງໜັກຈາກຫຼາຍຝ່າຍ ລວມເຖິງ ອີຢູ ແຕ່ສົມເດັດຮຸນ ເຊັນ ເຄີຍກ່າວເມື່ອເດືອນທີ່ຜ່ານມາແລ້ວ ວ່າ ການເມືອງຂອງກໍາປູເຈຍອາດຈະບໍ່ມີຝ່າຍຄ້ານ “ອີກຕໍ່ໄປ” ຖ້າການຖອນ ອີບີເອ ເກີດຂຶ້ນຈິງ.