ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 7 ຄົນ ຈາກອິດທິພົນຂອງມວນອາກາດໜາວເຢັນ – 50 ອົງສາ ຈາກຂົ້ວໂລກເໜືອ ເຊິ່ງກໍາລັງປົກຄຸມພື້ນທີ່ສ່ວນໃຫຍ່ທາງທິດເໜືອ ແລະ ຕາເວັນອອກຂອງສະຫະລັດ.
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຊິຄາໂກ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 30 ມັງກອນ ວ່າ ຈາກປະກົດການ “ໂພລາຣ໌ ວໍເຕກ” (Polar Vortex) ເຊິ່ງເປັນພາວະມວນອາກາດໜາວເຢັນຫຼາຍ ໃນລັກສະນະທວນເຂັມໂມງຈາກຂົ້ວໂລກເໜືອເຄື່ອນຕົວລົງມາທາງພາກໃຕ້ດ້ວຍຄວາມໄວ ແລະ ປະລິມານຫຼາຍກວ່າປົກກະຕິ ສົ່ງຜົນໃຫ້ພາກພື້ນທີ່ຢູ່ໃກ້ກັບ ຂົ້ວໂລກເໜືອໄດ້ຮັບຜົນກະທົບຢ່າງໜັກ.


ທັງນີ້ ພາກພື້ນຂອງສະຫະລັດທີ່ໄດ້ຮັບຜົນກະທົບສ່ວນຫຼາຍ ຍັງເປັນບໍລິເວນດຽວກັນກັບ ເມື່ອປີ 2014 ຄື ເຂດມິດເວດສ໌ ໄລ່ຂຶ້ນໄປຈົນເຖິງເຂດນິວອິງແລນ ແລະ ຕະຫຼອດແນວແຄມຝັ່ງທາງຕາເວັນອອກຂອງປະເທດ ໂດຍສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດສະຫະລັດ (NWS: Nation Weather Service) ວັດແທກອຸນຫະພູມທີ່ເມືອງຟາຣ໌ໂກ ໃນລັດນັອດດາໂກຕາ ຢູ່ທີ່ -35 ອົງສາ ແລະ ອຸນຫະພູມທີ່ເມືອງຊິຄາໂກ ເຊິ່ງເປັນເມືອງໃຫຍ່ຂອງລັດອິລລິນອຍສ໌ ແລະ ເປັນເມືອງໃຫຍ່ອັນດັບ 3 ຂອງອາເມຣິກາ ແມ່ນ -34 ອົງສາ ມີລາຍງານຜູ້ເສຍຊີວິດລວມກັນຢ່າງໜ້ອຍ 7 ຄົນ ນັບຕັ້ງແຕ່ວັນເສົາ ຜ່ານມາ.


ຢ່າງໃດກໍ່ຕາມ ອຸນຫະພູມຈະຫຼຸດລົງຕ່ຳກວ່ານີ້ອີກ ເມື່ອມີກະແສລົມ ເຊິ່ງທາງ NWS ວັດແທກອຸນຫະພູມທາງເໜືອຂອງລັດອິລລິນອຍສ໌ ເມື່ອມີກະແສລົມພັດໄດ້ -49,4 ອົງສາ ແລະ ອຸນຫະພູມທີ່ເມືອງອິນເຕີເນຊັນແນລ ຟອລ ໃນລັດມິນນິໂຊຕາ ວັດແທກຂະນະມີກະແສລົມ -48 ອົງສາ ນອກຈາກນີ້ ມວນອາກາດໜາວເຢັນຈະປົກຄຸມທາງພາກຕາເວັນອອກໄປຕະຫຼອດອາທິດນີ້ ສົ່ງຜົນກະທົບຕໍ່ປະຊາກອນ ປະມານ 250 ລ້ານຄົນ ໃນຈຳນວນນີ້ ປະມານ 90 ລ້ານຄົນ ຕ້ອງອາໄສຢູ່ຂະນະອຸນຫະພູມທີ່ໜາວເຢັນຕ່ຳກວ່າ 0 ອົງສາ.




ໃນເວລາດຽວກັນ ສະໜາມບິນໃຫຍ່ຫຼາຍແຫ່ງໃນພາກຕາເວັນອອກຂອງອາເມຣິກາ ປະກາດຢຸດການໃຫ້ບໍລິການຖ້ຽວບິນລວມກັນຫຼາຍກວ່າ 1.800 ຖ້ຽວແລ້ວ ເພາະສະພາບອາກາດທີ່ຮ້າຍແຮງ ດ້ານສຳນັກງານໄປສະນີແຫ່ງຊາດ ປະກາດຢຸດການສົ່ງຈົດໝາຍ ແລະ ວັດສະດຸໃນບາງເຂດຂອງອິນດິເອນາ, ລັດມິຊິແກນ, ລັດອິລລິນອຍສ໌, ລັດໄອໂອວາ, ລັດໂອໄຮໂອ, ລັດເນແບລສກາ, ລັດນອດດາໂກຕາ ແລະ ລັດເຊົາທ໌ດາໂກຕາ.




ຂະນະທີ່ ປະທານາທິບໍດີໂດນັລ ທຣຳ ໄດ້ສະແດງຄຳຄິດເຫັນກ່ຽວກັບສະພາບອາກາດຮ້າຍແຮງທີ່ເກີດຂຶ້ນຈົນຫຼາຍລັດປະກາດສະຖານະການສຸກເສີນ ດ້ວຍການຂຽນຂໍ້ຄວາມຜ່ານທະວິດວ່າ “ໂລກຮ້ອນ ໃຫ້ກັບຄືນມາ” ແຕ່ທາງໜ່ວຍງານບໍລິຫານມະຫາສະໝຸດ ແລະ ຂັ້ນບັນຍາກາດແຫ່ງຊາດ (NOAA: US National Oceanic and Atmospheric Administration) ເຊິ່ງເປັນຕົ້ນສັງກັດຂອງ NWS ໄດ້ຕອບໂຕ້ຂໍ້ຄວາມຂອງຜູ້ນໍາສະຫະລັດ ໂດຍທະວິດຕອບກັບໄປໃນຮູບແບບການອະທິບາຍ ວ່າ ສະຖານະການທີ່ກໍາລັງເກີດຂຶ້ນນີ້ເປັນຜົນຈາກ “ພາວະໂລກຮ້ອນ”.

