ມີຜູ້ເສຍຊີວິດບໍ່ຕ່ຳກວ່າ 20 ຄົນ ຫຼັງເກີດເຫດທໍ່ສົ່ງນໍ້າມັນມີຮອຍຮົ່ວໄຫຼ ຍ້ອນສາເຫດອາດຈະມາຈາກການເຈາະເພື່ອພະຍາຍາມລັກນ້ຳມັນໄດ້ເກີດລະເບີດ ແລະ ມີໄຟລຸກລາມຢ່າງຮຸນແຮງ ໃນລັດທາງພາກກາງຂອງປະເທດເມັກຊິໂກ.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເມັກຊິໂກຊິຕີ້ ປະເທດເມັກຊິໂກ ເມື່ອວັນເສົາ ທີ 19 ມັງກອນ ວ່າ ທາງການລັດອີດັລໂກ ໃນພາກກາງຂອງປະເທດເມັກຊິໂກ ແລະ ຕັ້ງຢູ່ທາງພາກເໜືອຂອງນະຄອນຫຼວງເມັກຊິໂກ ຊິຕີ້ ລາຍງານການເກີດເຫດລະເບີດຢ່າງຮຸນແຮງຢູ່ບໍລິເວນທໍ່ສົ່ງນ້ຳມັນເສັ້ນໜຶ່ງ ໃນເຂດຕລາຮົວລີປັນ ເມື່ອໄລຍະຕອນແລງ ຂອງວັນສຸກ ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ເກີດໄຟລຸກລາມ ແລະ ໄໝ້ຢ່າງວ່ອງໄວ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 21 ຄົນ ແລະ ໄດ້ຮັບບາດເຈັບອີກຫລາຍກວ່າ 70 ຄົນ ສ່ວນຫຼາຍເປັນປະຊາຊົນທີ່ພາກັນເຂົ້າໄປຕັກເອົານ້ຳມັນທີ່ໄຫຼອອກມາຈາກບ່ອນຮົ່ວຂອງທໍ່ສົ່ງນໍ້າມັນ ໂດຍສາເຫດທີ່ທໍ່ສົ່ງຮົ່ວນັ້ນ ທາງເຈົ້າໜ້າທີ່ຕັ້ງຂໍ້ສົມມຸດຖານວ່າ ເປັນຄວາມພະຍາຍາມຂອງກຸ່ມອາດຊາຍາກຳທີ່ເຈາະທໍ່ເພື່ອລັກເອົານ້ຳມັນໄປຂາຍ.


Sobrevolando el lugar de los hechos ocurridos en Tlahuelilpan. Estamos aplicando todas las medidas necesarias para atender a la población de la zona. pic.twitter.com/ptPGOGLbF5
— Omar Fayad (@omarfayad) January 19, 2019
ສໍາລັບທໍ່ສົ່ງນ້ຳມັນທີ່ເກີດເຫດລະເບີດນັ້ນ ຕັ້ງຢູ່ໃກ້ກັບໂຮງກັ່ນນ້ຳມັນຕູລາ ເຊິ່ງເປັນຂອງບໍລິສັດເປໂຕຣເລ ໂອສ ເມັກຊິການອສ ຫຼື ເປເມກ ເຊິ່ງໄດ້ອອກຖະແຫຼງການສະແດງຄວາມເສຍໃຈກັບຜູ້ເສຍຊີວິດ ແລະ ປະນາມກຸ່ມຄົນທີ່ເຮັດຜິດກົດໝາຍ ທັງນີ້ ການກວດລ້າງຂະບວນການລັກນ້ຳມັນຕາມທໍ່ສົ່ງຂອງລັດ ເປັນໜຶ່ງໃນວາລະແຫ່ງຊາດທີ່ປະທານາທິບໍດີອັນເດຣສ ມານູເອລ ໂລເປຊ ໂອບຣາດໍ ໃຫ້ຄວາມສໍາຄັນຢ່າງຫຼວງຫຼາຍ ນັບຕັ້ງແຕ່ເຂົ້າມາບໍລິຫານປະເທດ ເມືອປີຜ່ານມາ ເນື່ອງຈາກເປັນເຫດການທີ່ເກີດຂຶ້ນຊຳເຮື້ອ ແລະ ສົ່ງຜົນກະທົບໃຫ້ພາກລັດຕ້ອງສູນເສຍລາຍໄດ້ມະຫາສານໂດຍບໍ່ຈໍາເປັນມາດົນຫຼາຍປີ ໂດຍມູນຄ່າຄວາມເສຍຫາຍຈາກການລັກນ້ຳມັນ ສູງເຖິງ 3.000 ລ້ານໂດລາ (ກວ່າ 25.660 ຕື້ກີບ) ສະເພາະ ເມື່ອປີທີ່ຜ່ານມາ
VIDEO: Pipeline explodes in central Mexico, killing at least 20 people and injuring more than 60 others https://t.co/aae2DWY78o pic.twitter.com/BdTOQM9bZe
— BNO News (@BNONews) January 19, 2019
ອີກປະການໜຶ່ງ ລາຍງານຂອງລັດຖະບານເມັກຊິໂກ ລະບຸວ່າ ໃນໄລຍະ 10 ເດືອນທໍາອິດຂອງປີ 2018 ໄດ້ມີການລັກນ້ຳມັນຕາມທໍ່ສົ່ງຂອງລັດ 12.581 ຄັ້ງ ແລະ ເມື່ອຕົ້ນເດືອນນີ້ ທ່ານ ໂລເປຊ ໂອບຣາດໍ ສັ່ງປິດທໍ່ສົ່ງນ້ຳມັນສາຍຫຼັກ 2 ແຫ່ງ ໃນນະຄອນຫຼວງເມັກຊິໂກ ຊິຕີ້ ຊົ່ວຄາວ ສົ່ງຜົນໃຫ້ເກີດພາວະຂາດແຄນເຊື້ອໄຟຢ່າງໜັກໃນປະເທດ ພ້ອມທັງເພີ່ມກໍາລັງທະຫານ ແລະ ຕໍາຫຼວດເຝົ້າຍາມຕາມປ້ຳນ້ຳມັນທຸກແຫ່ງໃນປະເທດ ຢ່າງໃດກໍ່ຕາມ ຜູ້ສັນທັດກໍລະນີ ໄດ້ເຕືອນລັດຖະບານເມັກຊິໂກ ບໍ່ຄວນປ່ອຍໃຫ້ສະຖານະການນີ້ ຍຶດເຍື້ອດົນຫຼາຍ ເພາະມັນຈະສົ່ງຜົນກະທົບຕໍ່ເສດຖະກິດປະເທດທີ່ກຳລັງມີບັນຫາກັບອາເມຣິກາຢູ່.