ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນອັງຄານ ທີ 8 ມັງກອນ ວ່າ ນາຍົກລັດຖະມົນຕີເອດູອາ ຟິລິບ ກ່າວເມື່ອວັນຈັນ ວ່າ ລັດຖະບານຢູ່ລະຫວ່າງການຈັດຮ່າງກົດໝາຍສະບັບໃໝ່ ເພື່ອລົງໂທດບຸກຄົນທີ່ຝ່າຝືນລະບຽບປະຕິບັດເລື່ອງການຈັດກິດຈະກໍາປະທ້ວງ ຫຼື ເຄື່ອນໄຫວທາງການເມືອງ ເຊິ່ງຈະຖືເປັນ “ການຊຸມນຸມທີ່ຜິດກົດໝາຍ” ແລະ ການຫ້າມເຂົ້າຮ່ວມກິດຈະກໍາດ້ວຍການສວມໃສ່ໜ້າກາກ ຫຼື ປິດບັງໃບໜ້າ ໂດຍໜ່ວຍງານທີ່ກ່ຽວຂ້ອງຈະຈັດການກັບ “ກຸ່ມຜູ້ສ້າງບັນຫາ ແລະ ມີພຶດຕິກຳກໍ່ຄວາມຮຸນແຮງ” ເຫຼົ່ານີ້ ເຊິ່ງຖືເປັນພວກອັນທະພານ “ຮູລີແກນ” ທີ່ມັກກໍ່ຄວາມບໍ່ສະຫງົບໃນການແຂ່ງຂັນກີລາບານເຕະ.


ຢ່າງໃດກໍ່ຕາມ ທ່ານ ຟິລິບ ເຜີຍໃນເບື້ອງຕົ້ນ ວ່າ ນັບຈາກນີ້ຜູ້ປະທ້ວງທີ່ທຳລາຍຊັບສິນບໍ່ວ່າຈະເປັນສ່ວນບຸກຄົນ ຫຼື ຂອງສາທາລະນະ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃຫ້ແກ່ເຈົ້າຂອງຊັບສິນເຫຼົ່ານັ້ນ ບໍ່ແມ່ນປະຊາຊົນທົ່ວໄປທີ່ດຳເນີນຊີວິດຢ່າງສະຫງົບ ແລະ ເສຍພາສີຕາມກົດໝາຍ. ທັງນີ້, ການປະທວງຕໍ່ຕ້ານລັດຖະບານຂອງ ກຸ່ມເສື້ອກັ໊ກສີເຫຼືອງ ເມື່ອວັນເສົາທີ່ຜ່ານມາ ມີການທຳລາຍປະຕູທາງເຂົ້າສຳນັກງານໂຄສົກລັດຖະບານຈົນເສຍຫາຍ ແລະ ມີຄລິບ ທ້າວ ຄຣິສຕັອຟ ເດດຕິງເກີ ອາດີດນັກມວຍຕີກັບຕຳຫຼວດຢູ່ເທິງຂົວຂ້າມແມ່ນ້ຳແຊນດ້ວຍ.


ຂະນະດຽວກັນ, ທ່ານນາຍົກລັດຖະມົນຕີຝຣັ່ງ ປະກາດກຽມກໍາລັງເຈົ້າໜ້າທີ່ ປະມານ 80 ພັນຄົນ ກະຈາຍກໍາລັງຮັກສາຄວາມສະຫງົບທົ່ວປະເທດ ໃນວັນເສົາ ທີ 12 ມັງກອນ ນີ້ ເຊິ່ງມີຄວາມເປັນໄປໄດ້ສູງຫຼາຍ ວ່າ ແນວຮ່ວມເສື້ອກັ໊ກສີເຫຼືອງຈະລວມຕົວກັນອີກຄັ້ງ ຫຼັງຈັດການປະທ້ວງ ໃນວັນເສົາຂອງທຸກອາທິດ ຕັ້ງແຕ່ວັນ ທີ 17 ພະຈິກ ປີຜ່າານມາ ໂດຍສະຖານະການທີ່ຍືດເຍື້ອສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບສະສົມຫຼາຍກວ່າ 1.400 ຄົນ.


ເຖິງວ່າ ປະທານາທິບໍດີເອັມມານູເອລ ມາຄຣົງ ປະກາດເມື່ອເດືອນຜ່ານມາ ຍົກເລີກມາຕະການຂຶ້ນພາສີເຊື້ອໄຟ, ເພິ່ມຄ່າແຮງງານຂັ້ນຕ່ໍາ ແລະ ຍົກລະດັບສະຫວັດດິການໃຫ້ກັບພົນລະເມືອງເມື່ອບຳນານ ແຕ່ຫຼາຍຝ່າຍເຫັນວ່າເປັນພຽງ “ການຊື້ເວລາ” ເທົ່ານັ້ນ ຂະນະທີ່ ຄະແນນນິຍົມຂອງຜູ້ນໍາໜຸ່ມ ອາຍຸ 40 ປີ ມີພຽງ 25% ຈາກການສໍາຫຼວດ ເມື່ອອາທິດທີ່ຜ່ານມາ ຖືເປັນຄະແນນທີ່ມີລະດັບຕ່ໍາທີ່ສຸດເປັນປະວັດການ.



