ລັດຖະບານ ສາມາດຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ທັງໝົດ 42 ພັນກວ່າຄົນ ໃນໄລຍະຜ່ານມາ ແລະ ມາຮອດປັດຈຸບັນແມ່ນສາມາດແກ້ໄຂໄດ້ 7.506 ຄົນ, ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂ 34.928 ຄົນ ເພື່ອຫັນເອົາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃຫ້ຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ.


ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ກະຊວງປ້ອງກັນ ຄວາມສະຫງົບ ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ທົ່ວປະເທດຂຶ້ນໃນລະຫວ່າງວັນທີ 7 – 8 ມັງກອນ 2019 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາທ່ານຄະນະນຳຂັ້ນສູງ, ອົງການ, ກະຊວງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.


ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ສອງກະຊວງພວກເຮົາກຳລັງຮີບຮ້ອນເອົາໃຈໃສ່ແກ້ໄຂບັນຫາຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວທຳມາຫາກິນ, ຄ້າຂາຍ ແລະ ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍທີ່ເປັນສາເຫດເຮັດໃຫ້ເກີດຫຼາຍບັນຫາຕາມມາ ໂດຍປະຕິບັດຕາມຄຳສັ່ງເລກທີ 62/ນຍ ຂອງນາຍົກລັດຖະມົນຕີ ໃຫ້ປາກົດຜົນເປັນຈິງ. ການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ, ສອງກະຊວງໄດ້ມີການຊຸກຍູ້ ແລະ ຕິດຕາມການປະຕິບັດໜ້າທີ່ດັ່ງກ່າວຂອງບັນດາແຂວງ, ນະຄອນຫຼວງ ແລະ ໄດ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕໍ່ລັດຖະບານໃນແຕ່ລະໄລຍະ ເພື່ອຂໍທິດຊີ້ນຳຈາກການນຳຂັ້ນສູງ ແລະ ກໍໄດ້ຮັບການຊີ້ນຳມາຕະຫຼອດ.
ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂຶ້ນຜ່ານບົດສະເໜີສະພາບການຈັດຕັ້ງປະຕິບັດຄຳສັ່ງເລກທີ 62/ນຍ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ແລະ ສະເໜີຮ່າງແຜນສືບຕໍ່ແກ້ໄຂຕໍ່ກອງປະຊຸມ ວ່າ: ບັນຫາຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວປະກອບອາຊີບແບບບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເປັນບັນຫາຊ້ຳເຮື້ອມາຫຼາຍປີ ເຊິ່ງເຮັດໃຫ້ລັດຖະບານຕ້ອງໄດ້ກຳນົດລະບຽບການ ແລະ ວິທີການແກ້ໄຂມາຫຼາຍຄັ້ງ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ເທົ່າທີ່ຄວນ.


ຜ່ານການປະຕິບັດຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວສອງໄລຍະຜ່ານມານີ້ ( ໄລຍະທີ 1: ກາງເດືອນທັນວາ 2015 ຫາ ກາງເດືອນມີນາ 2016; ໄລຍະທີ 2: ເດືອນກັນຍາ ຫາ ເດືອນພະຈິກ 2017 ), ສອງກະຊວງໄດ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຕໍ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນຕົ້ນປີ 2018 ເຊິ່ງສາມາດຂຶ້ນທະບຽນໄດ້ທັງໝົດ 42.434 ຄົນ ຍິງ 11.767 ຄົນ, ມາຮອດປັດຈຸບັນ ແມ່ນສາມາດແກ້ໄຂໄດ້ 7.506 ຄົນ, ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂ 34.928 ຄົນ. ໃນນັ້ນ, ແບ່ງເປັນຜູ້ສາມາດປັບສະຖານະພາບໄດ້ ຈຳນວນ 23.169 ຄົນ ແລະ ຜູ້ທີ່ຕ້ອງໄດ້ຊຳລະສະສາງ ຈຳນວນ 11.760 ຄົນ, ຖ້າອີງໃສ່ແຈ້ງການທີ່ສະບັບເລກທີ 2720/ຮສສ ກໍໝາຍຄວາມວ່າຂະແໜງປ້ອງກັນຄວາມສະຫງົບຕ້ອງຮັບຜິດຊອບຕິດຕາມ ຈຳນວນ 11.760 ຄົນ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຈຳນວນ 12.960 ຄົນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 10.208 ຄົນ.


1: ກາງເດືອນທັນວາ 2015 ຫາ ກາງເດືອນມີນາ 2016; ໄລຍະທີ 2: ເດືອນກັນຍາ ຫາ ເດືອນພະຈິກ 2017 ), ສອງກະຊວງໄດ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຕໍ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນຕົ້ນປີ 2018 ເຊິ່ງສາມາດຂຶ້ນທະບຽນໄດ້ທັງໝົດ 42.434 ຄົນ ຍິງ 11.767 ຄົນ, ມາຮອດປັດຈຸບັນ ແມ່ນສາມາດແກ້ໄຂໄດ້ 7.506 ຄົນ, ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂ 34.928 ຄົນ. ໃນນັ້ນ, ແບ່ງເປັນຜູ້ສາມາດປັບສະຖານະພາບໄດ້ ຈຳນວນ 23.169 ຄົນ ແລະ ຜູ້ທີ່ຕ້ອງໄດ້ຊຳລະສະສາງ ຈຳນວນ 11.760 ຄົນ, ຖ້າອີງໃສ່ແຈ້ງການທີ່ສະບັບເລກທີ 2720/ຮສສ ກໍໝາຍຄວາມວ່າຂະແໜງປ້ອງກັນຄວາມສະຫງົບຕ້ອງຮັບຜິດຊອບຕິດຕາມ ຈຳນວນ 11.760 ຄົນ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຈຳນວນ 12.960 ຄົນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 10.208 ຄົນ.
ສຳລັບເງິນທີ່ເກັບໄດ້ຈາກການຂຶ້ນທະບຽນສອງຄັ້ງມີທັງໝົດ 37 ຕື້ກວ່າກີບ ແລະ ໃນຈຳນວນເງິນດັ່ງກ່າວໄດ້ຈັດແບ່ງໃຫ້ແຕ່ລະພາກສ່ວນຕາມມະຕິກອງປະຊຸມສອງຂະແໜງການ ຄັ້ງວັນທີ 20 – 21 ກໍລະກົດ 2015 ເຊັ່ນ: ບ້ານ 25%, ເມືອງ 15%, ແຂວງ 50% ແລະ ສູນກາງ 10%.
CR:Laoedaily