ຜູ້ກໍ່ເຫດວາງລະເບີດບໍລິເວນທາງເຂົ້າຫ້າງສັບພະສິນຄ້າ ໃນເມືອງໂຄຕາບາໂຕ ທາງພາກໃຕ້ຂອງປະເທດຟິລິບປິນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ແລະ ບາດເຈັບ 21 ຄົນ.
ສໍານັກຂ່າວເອພີລາຍງານຈາກເມືອງໂຄຕາບາໂຕ ປະເທດຟິລິບປິນ ເມື່ອວັນຈັນ ທີ 31 ທັນວາ ວ່າ ເຈົ້າໜ້າທີ່ພົບຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 21 ຄົນ ຈາກເຫດລະເບີດທີ່ເກີດຂຶ້ນບໍລິເວນປາກທາງເຂົ້າຂອງຫ້າງສັບພະສິນຄ້າ ເຊົາຊີສມໍ ໃນເມືອງໂຄຕາບາໂຕ ທາງພາກໃຕ້ຂອງຟິລິບປິນ ເມື່ອວັນຈັນ ທີ 31 ທັນວາ ໂດຍຜູ້ກໍ່ເຫດຈຸດຊະນວນລະເບີດດ້ວຍຣິໂມດ ຂະນະທີ່ ກຸ່ມຄົນຈໍານວນຫຼາຍອອກມາຈັບຈ່າຍໃຊ້ສອຍມື້ສຸດທ້າຍຂອງປີເກົ່າເພື່ອຕອນຮັບປີໃໝ່ສາກົນ ແລະ ເຈົ້າໜ້າທີ່ຍັງສາມາດເກັບກູ້ລະເບີດໜ່ວຍທີ 2 ເຊິ່ງຍັງບໍ່ທັນແຕກໄດ້ດ້ວຍ.


ຜົນການສອບສວນໃນເບື້ອງຕົ້ນໃຫ້ຮູ້ວ່າ ຮູບແບບການວາງລະເບີດໂຈມຕີນັ້ນ ຄ້າຍກັບກຸ່ມຫົວຮຸນແຮງທ້ອງຖິ່ນ ທີ່ປະກາດຕົວເຂົ້າຮ່ວມກັບກຸ່ມກໍ່ການຮ້າຍໄອເອັສ.

